Back

Explore every episode of the podcast SBS Lao - SBS ພາ​ສາ​ລາວ

Dive into the complete episode list for SBS Lao - SBS ພາ​ສາ​ລາວ. Each episode is cataloged with detailed descriptions, making it easy to find and explore specific topics. Keep track of all episodes from your favorite podcast and never miss a moment of insightful content.

Rows per page:

1–50 of 721

TitlePub. DateDuration
ສລຸບເຕະບານໂລກ 10072610 Jul 202600:04:25
ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.



ການປະເມີນ ກ່ຽວກັບປັນຍາປະດິດ09 Jul 202600:06:07
ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.
ລາຍງາຍກ່ຽວກັບໄຟໄຫມ້ປ່າໃນ ຢູໂຣບ.09 Jul 202600:06:04
ໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ. ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ ແມ່ນແຕ່ການແຂ່ງຂັນຣົດຖີບ Tour de France ກໍຍັງໄດ້ຮັບຜົນກະທົບ.
ຜົນກະທົບຂອງ El Niño09 Jul 202600:10:17
ອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ. El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ. ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ.
ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 202609 Jul 202600:04:38
ຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland.
ຂ່າວຫຼ້າສຸດຈາກການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ02 Jul 202600:04:49
ມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ.
ສົງຄາມຕາເວັນອອກກາງ 29062602 Jul 202600:09:09
ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ.
ຄື້ນຄວາມຮ້ອນ ໃນຢູໂຣບ.02 Jul 202600:11:08
ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.
ຄຳປາສັຍຂອງ Pauline Hanson ທີ່ National Press Club.02 Jul 202600:06:35
ຫລັງຈາກຫລາຍສິບປີ ຢູ່ຂອບນອກຂອງການເມືອງ, Pauline Hanson ໄດ້ມາປາກົດໂຕເປັນເທື່ອທໍາອິດທີ່ National Press Club ແລະໄດ້ປະກາດວ່າ ອອສເຕຣເລັຍຄວນເປັນປະເທດທີ່ມີວັດທະນະທັມດຽວ ພ້ອມທັງ ໄດ້ວິພາກວິຈານ ສະຖານີສື່ສານສາທາຣະນະ ແລະຢືນຢັນນະໂຍບາຍທາງການຂອງ One Nation ທີ່ຈະຍົກເລີກງົບປະມານ ຂອງ SBS ອີກດ້ວຍ.
ແຜ່ນດິນໄຫວທີ່ຮ້າຍແຮງໃນ Venezuela.02 Jul 202600:09:31
ແຜ່ນດິນໄຫວຂນາດ 7.2 ແລະ 7.5 ໄດ້ເກີດຂຶ້ນ ໃນພາກເຫນືອຂອງ Venezuela ພາຍໃນຫນຶ່ງນາທີ ໃນຄືນວັນພຸດ ຕາມເວລາທ້ອງຖິ່ນ, ໄດ້ກໍ່ໃຫ້ເກີດແຜ່ນດິນໄຫວ ຫລາຍກວ່າ 130 ເທື່ອ ແລະສ້າງຄວາມເສັຍຫາຍໃນວົງກວ້າງ. ຕັ້ງແຕ່ເຊົ້າວັນສຸກ, ຢ່າງຫນ້ອຍມີ 188 ຄົນໄດ້ຖືກຢືນຢັນວ່າ ເສັຍຊີວິດແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ. ປະຊາຄົມນາໆຊາດ ກໍ ໄດ້ ໃຫ້ຄວາມຊ່ອຍເຫຼືດ ແມ່ນແຕ່ປະເທດອີຣານ ທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມ ກໍໄດ້ສເນີຄວາມຊ່ວຍເຫລືອຄືກັນ, ໃນຂນະທີ່ Pope Leo XIV ໄດ້ສົ່ງເງິນ 100,000 Euros ໄປຊ່ອຍເຊັ່ນກັນ.
ຂ່າວຫຼ້າສຸດຈາກ FIFA World Cup 2026: Socceroos26 Jun 202600:01:55
ຂ່າວຫຼ້າສຸດຈາກ FIFA World Cup 2026: Socceroos.
ການລາອອກຈາກຕໍາແຫນ່ງຂອງ Keir Starmer.25 Jun 202600:09:42
Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour. ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບ ສນູນຈາກສາທາຣະນະ ທີ່ຫຼຸດລົງ. ຕອນນີ້ ນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ ຊຶ່ງການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນວັນທີ 16 ເດືອນກໍລະກົດ.
Are electric vehicles worth it in Australia?| Fuel in Focus - ການໃຊ້ຣົດໄຟຟ້າກຸ້ມຄ່າຫຼືບໍ່ໃນອອສເຕຣເລັຍ? ວ່າດ້ວຍການໃຊ້ພະລັງງານ.25 Jun 202600:07:41
Electric vehicles are becoming more common on Australian roads as fuel prices remain unstable and more drivers look for cheaper ways to travel. Here's what you need to know if you are thinking about making the switch. - ຣົດໄຟຟ້າ ກໍາລັງກາຍເປັນເລື້ອງທັມມະດາຫຼາຍຂຶ້ນ ຕາມຖນົນຫົນທາງໃນອອສເຕຣເລັຍ ເພາະລາຄານໍ້າມັນຍັງບໍ່ຫມັ້ນຄົງ ແລະ ຜູ້ຂັບຂີ່ຫຼາຍຄົນ ຊອກຫາວິທີ ທີ່ຖືກກວ່າໃນການເດີນທາງ. ນີ້ຄື ສິ່ງທີ່ທ່ານຕ້ອງຮູ້ ຖ້າຫາກທ່ານຄິດ ກ່ຽວກັບການປ່ຽນ ໄປໃຊ້ຣົດໄຟຟ້າ.
ການເຈຣະຈາລະຫວ່າງ ອີຣານ ແລະ ອາເມຣິກາ.25 Jun 202600:10:34
ຜູ້ເຈຣະຈາ ຂອງອີຣານ ແລະ ອາເມຣິກາ ໄດ້ສລຸບການສົນທະນາຮອບທໍາອິດ ໃນ Switzerland, ຊຶ່ງໄດ້ສິ້ນສຸດລົງຢ່າງກະທັນຫັນ ແລະກ່ອນກຳໜົດໃນ Lucerne. ແຫລ່ງຂ່າວທີ່ໃກ້ຊິດ ກັບກຸ່ມເຈຣະຈາຂອງອີຣານ ໄດ້ບອກສໍານັກຂ່າວ Tasnim ຂອງອີຣານວ່າ ຄນະທູດຂອງອີຣານ ໄດ້ຍ່າງອອກຈາກການເຈຣະຈາ ເພື່ອປະທ້ວງ ຕໍ່ຄວາມຄິດເຫັນ ຂອງປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ. ທັງສອງຝ່າຍ ຍັງຕິດຢູ່ກັບເງື່ອນໄຂຕ່າງໆ, ຮວມທັງການຫຼຸດຜ່ອນ ການຂວ້ຳບາດ, ການປົດປ່ອຍຊັບສິນ ທີ່ຖືກອາຍັດ ຂອງອີຣານ ແລະຄວາມເປັນຫ່ວງ ດ້ານຄວາມໝັ້ນຄົງ ກ່ຽວກັບ Lebanon ແລະຊ່ອງແຄບ.
ຂໍ້ຕົກລົງສັນຕິພາບ ໃນຕາເວັນອອກກາງ.18 Jun 202600:11:05
ສະຫະປະຊາຊາດ ຍິນດີກັບຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ໂດຍຮັບຮູ້ວ່າ ຂໍ້ຕົກລົງນັ້ນ ເປັນຂັ້ນຕອນສໍາຄັນໃນການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຂໍ້ຕົກລົງ ໃນສື່ມວນຊົນ, ໂດຍອະນຸຍາດໃຫ້ເປີດ Strait of Hormuz ໂດຍບໍ່ຄິດຄ່າຜ່ານທາງ ແລະຍົກເລີກການປິດກັ້ນທາງເຮືອ ຂອງອາເມຣິກາທັນທີ. ສະຫະຣັດອາເມຣິກາ ແລະອີຣານ ມີກໍາໜົດທີ່ຈະລົງນາມ ຂໍ້ຕົກລົງສັນຕິພາບ ໃນປະເທດ Switzerland ໃນວັນສຸກມື້ 19 ເດືອນມິຖຸນານີ້.
ການສລຸບເຫດການຕ່າງໆ ຂອງ FIFA World Cup 2026 EP 318 Jun 202600:19:31
SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ. ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.
ການບໍຣິຈາກເລືອດໃນ ອອສເຕຣເລັຍ.18 Jun 202600:07:23
ໃນວັນຜູ້ບໍຣິຈາກເລືອດສາກົນ ໃນວັນອາທິດ ທີ 4 ມີຖຸນາ, Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ. ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ, ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ. ແຕ່ສໍາລັບບາງຄົນ, ການຕັດສິນໃຈທີ່ຈະບໍຣິຈາກ ແມ່ນຖືກຫລໍ່ຫລອມ ໂດຍວັດທະນະທັມ, ປະສົບການ ແລະຄວາມເຂົ້າໃຈຂອງລະບົບ.
ການປະຕິຮູບ NDIS.18 Jun 202600:09:07
ໃນຂນະທີ່ ການເຈຣະຈາກ່ຽວກັບ NDIS ຍັງດໍາເນີນຕໍ່ໄປ, ຜູ້ເຂົ້າຮ່ວມໃນ NDIS ກໍາລັງປະເຊີນກັບ ການລໍຖ້າດ້ວຍຄວາມກັງວົນ, ພ້ອມດ້ວຍແຜນການນີ້ ກຳໜົດໃຫ້ມີການດັດແປງຄັ້ງໃຫຍ່, ຮວມທັງການຕັດງົບປະມານ ຢ່າງຫລວງຫລາຍ. ພັກ Greens ຕ້ອງການເວລາຫລາຍຂຶ້ນ ທີ່ຈະກວດສອບການປ່ຽນແປງໂຄງສ້າງ ແລະການຕັດ NDIS, ສ່ວນ the Coalition ມີຄວາມສົນໃຈ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບ Negative Gearing, ການຫລຸດພາສີກຳໄລ ຈາກການລົງທຸນ (the Capital Gains Tax Discount) ແລະ Trusts.
ການຕໍ່ຕ້ານພາສີໃໝ່ຂອງ ອາເມຣິກາ11 Jun 202600:07:04
ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ. ອອສເຕຣເລັຍກ່າວວ່າ ພາສີເຫລົ່ານີ້ຜິດ, ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".
ການບໍຣິການຈັດຫາວຽກໃໝ່11 Jun 202600:09:40
ພາຍໃຕ້ລະບົບການບໍຣິການຈັດຫາວຽກປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ. ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ. ສຳລັບ ຜູ້ຊ່ຽວຊານ ກ່າວວ່າ ໃນລະບົບໃໝ່ນັ້ນ ການປ່ຽນແປງ ບໍ່ໄດ້ມີຫຍັງຫຼາຍກວ່າ ການປ່ຽນຊື່ເທົ່ານັ້ນ.
ການຕາຍຜູ້ຮັກສາສັນຕິພາບໃນ Lebanon.11 Jun 202600:08:12
Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon. ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນຂອງ Hezbollah.
ເຫດການແຜ່ນດິນໄຫວໃນ Philippines.11 Jun 202600:07:23
ເກີດເຫດການແຜ່ນດິນໄຫວໃນ Philippines ຂນາດ 7.8 ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດເມື່ອ ວັນຈັນ 8 ມິຖຸນາ. ລາຍງານກ່າວວ່າມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ. ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.
ຄື້ນຄວາມຮ້ອນກ່ອນລະດູ ໃນຢູໂຣບ.03 Jun 202600:07:27
ຢູໂຣບຕາເວັນຕົກສ່ວນໃຫຍ່ ກຳລັງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ. ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ. ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ ສະພາບການຈະຮ້າຍແຮງຂຶ້ນ ຫລືບໍ່ ກ່ອນທີ່ມັນຈະດີຂຶ້ນ.
ການອົດອາຫານປະທ້ວງຕໍ່ ICE.03 Jun 202600:09:23
ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall ແລະເຈົ້າໜ້າທີ່ ປະຕິບັດຕໍຜູ້ຖືກຄຸມຂັງ. ແຕ່ Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.
ທາງເລືອກຂອງງົບປະມານຂອງຝ່າຍຄ້ານ.03 Jun 202600:11:13
ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ(Vision) ຂອງພັກ Liberal. ແຕ່ ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor. ສ່ວນ The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.
ການສແວງບຸນ Hajj ຂອງຊາວມຸສລິມ03 Jun 202600:07:51
Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ. ແຕ່ Hajj ປີນີ້ມີຂຶ້້ນທ່າມກາງການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ ພ້ອມທັງູຄ່າຄອງຊີບທີ່ສູງຂຶ້ນຍ້ອນຜົນຂອງສົງຄາມອີກດ້ວຍ.
ຄວາມຮ້າຍແຮງຂອງການລະບາດຂອງ Ebola28 May 202600:06:34
ອົງການອະນາມັຍໂລກກ່າວວ່າ ການລະບາດຂອງອີໂບລາ (Ebola) ທີ່ແພ່ລະບາດ ໄປທົ່ວພາກຕາເວັນອອກຂອງ Congo ໄປຫາປະເທດ Uganda ທີ່ໃກ້ຄຽງ ອາດຮ້າຍແຮງກວ່າ ທີ່ລາຍງານຢ່າງເປັນທາງການ. ແຕ່ປະຊາຊົນກໍຍັງພະຍາຍາມດໍາເນີນຊີວິດປະຈໍາວັນຕໍ່ໄປ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າການລະບາດ ກໍາລັງແພ່ລາມອອກໄປ ເກີນກວ່າທີ່ຈະຄວບຄຸມໄດ້.
ການລະບາດຂອງ Ebola ໃນ Africa.28 May 202600:08:39
ອົງການອະນາມັຍໂລກ (The World Health Organisation) ໄດ້ປະກາດວ່າ ມີການລະບາດຄັ້ງໃໝ່ຂອງ Ebola ໃນປະເທດ Congo ແລະ Uganda ເປັນເລື່ອງສຸກເສີນ ດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມວິຕົກກັງວົນ ເພາະນອກຈາກ3ຣກນີ້ແລ້ວ ກໍຍັງມີປັນຫາເລື້ອງຄວາມບໍ່ສງົບພານໃນນຳອີກ. ແຕ່ກຸ່ມແນວຮ່ວມກະບົດ AFC-M23 Congo River alliance ກ່າວວ່າ ທຸກສິ່ງທຸກຢ່າງຢູ່ພາຍໃຕ້ການຄວບຄຸມ.
Tips to manage financial stress | Fuel in Focus - Tips to manage financial stress | Fuel in Focus28 May 202600:07:12
Australia's petrol and diesel prices remain under pressure. The RBA’s decision to hike the cash rate this month is adding to the financial strain facing many households. We look at some free and independent support services that are available to help people manage financial stress. - ລາຄານ້ຳມັນ ແລະນ້ຳມັນ Diesel ຂອງອອສເຕຣເລັຍຍັງຢູ່ໃນຄວາມກົດດັນ. ການຕັດສິນໃຈຂອງ RBA ທີ່ຈະຍົກລະດັບອັດຕາເງິນໃນເດືອນນີ້ ກໍາລັງເພີ່ມຄວາມກົດດັນທາງດ້ານການເງິນ ໃຫ້ແກ່ຫລາຍຄອບຄົວ. ເຮົາຈະມາເບິ່ງ ບໍຣິການຟຣີ ແລະເປັນອິດສຣະ ທີ່ມີໄວ້ໃຫ້ ເພື່ອຊ່ວຍຜູ້ຄົນ ໃນການຮັບມື ກັບຄວາມກົດດັນທາງການເງິນ.
ການປະຊຸມລະຫວ່າງ Trump ແລະ Xi28 May 202600:08:26
ການຢ້ຽມຢາມຂອງ Trump ຄັ້ງນີ້ເປີດເຜີຍ ເຖິງການດຳເນີນການຢ່າງລະມັດລະວັງ ແລະລະອຽດອ່ອນ ທີ່ທັງສອງມະຫາອໍານາດຕ້ອງປະເຊີນ, ໂດຍທີ່ Taiwan, ຄວາມເຄັ່ງຕຶງທາງການຄ້າ ແລະທາງທະຫານ ຍັງມີທ່າທີ່ວ່າ ຈະທໍາລາຍຄວາມສໍາພັນ ລະຫວ່າງ Washington ແລະ Beijing. ເຖິງແມ່ນຈະມີຂັດແຍ່ງ, ທັງ Washington ແລະ Beijing ໄດ້ໃຊ້ເວລາຂອງການຢ້ຽມຢາມ ເພື່ອສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ຍັງສາມາດຈັດການໄດ້ ແລະການແຂ່ງຂັນ ລະຫວ່າງອາເມຣິກາ ແລະຈີນ ບໍ່ຈໍາເປັນ ຕ້ອງກາຍເປັນຄວາມຂັດແຍ້ງ.
ການຢ້ຽມຢາມປະເທດຈີນຂອງ Donald Trump20 May 202600:07:19
ໃນ ການຢ້ຽມຢາມປະເທດຈີນຂອງ Donald Trumpຄັ້ງນີ້, ນອກຈາກ ພາສີການຄ້າ ແລະສົງຄາມໃນຕາເວັນອອກກາງ ເປັນຫົວຂໍ້ສໍາຄັນແລ້ວ, ຍັງດຶງດູດຄວາມສົນໃຈຢ່າງຫລາຍ ໃນປະເທດຈີນ ໂດຍສະເພາະ ກ່ຽວກັບການຜລິດ ແລະການຄ້າກັບ ອາເມຣິກາ. ນັກວິຈັຍຝ່າຍ China Studies ຢູ່ທີ່ມະຫາວິທະຍາລັຍ Australian National University, ກ່າວວ່າ ປະເທດຈີນ ຢາກເວົ້າກ່ຽວກັບສົງຄາມຄືກັນ, ແຕ່ອາດໄປໄກກວ່າ ຄວາມຂັດແຍ້ງ.
Trump ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງ Gulf countries20 May 202600:07:32
Donald Trump ກ່າວວ່າ ລາວໄດ້ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງຈາກປະເທດໃນອ່າວ (Gulf countries) ແຕ່ກໍຍັງ ກ່າວວ່າ ກອງທັບອາເມຣິກາ ຍັງຕຽມພ້ອມທີ່ຈະເດີນໜ້າໂຈມຕີ Iran ຕໍ່ໄປຢ່າງເຕັມທີ່ ຖ້າຫາກບໍ່ບັນລຸຂໍ້ຕົກລົງ. ສ່ວນຝ່າຍ Iran ກ່າວວ່າ ການເວົ້າລົມກັບWashington ແລະຄວາມພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງນັ້ນ ບໍ່ໄດ້ຫມາຍຄວາມວ່າ Iran ຢູ່ໃນຕໍາແຫນ່ງທີ່ອ່ອນແອ. ໃນຂນະດຽວກັນTehran ໄດ້ໃຊ້ການຄວບຄຸມການຄ້າທາງນ້ຳ ທີ່ສໍາຄັນໄປສູ່ອ່າວ, ຊຶ່ງເຮັດໃຫ້ລາຄານ້ຳມັນທົ່ວໂລກສູງຂຶ້ນ.



ງົບປະມານແຫ່ງຊາດປີ 202615 May 202600:10:13
ງົບປະມານປີນີ້ຖືກເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'. ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ. ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.
ການເລືອກຕັ້ງສ້ອມ (By-election)ໃນເຂດ Farrer.15 May 202600:06:40
David Farley ຜູ້ລົງສມັກຂອງ One Nation ໄດ້ຮັບໄຊຊນະໃນການເລືອກຕັ້ງສ້ອມ (By-election) ໃນເຂດ Farrer ຊຶ່ງຜູ້ຊ່ຽວຊານກ່າວວ່າ ພັກທີ່ປະຊາຊົນນິຍົມ ເປັນພະລັງທີ່ແຂງແຮງ, ໂດຍສະເພາະໃນເຂດພູມີພາກ. Pauline Hanson ຜູ້ນໍາຂອງ One Nation ໄດ້ບອກ Channel 9 ວ່າການເລືອກຕັ້ງຄັ້ງນີ້ ຈະເປັນຈຸດປ່ຽນສໍາລັບອອສເຕຣເລັຍ, ເພາະນີ້ຈະເປັນບ່ອນນັ່ງທຳອິດຂອງ One Nation ທີ່ໄດ້ຮັບໄຊຊະນະ ໃນສະພາຕ່ຳ.
ການເຈຣະຈາສັນຕິພາບໃນຕາເວັນອອກກາງ15 May 202600:07:48
ປະທານາທິບໍດີ Donald Trump ໄດ້ໃຫ້ຄວາມຫວັງອີກ ວ່າສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເທື່ອທໍາອິດ ທີ່ຈະຍຸດຕິສົງຄາມ ໃນຕາເວັນອອກກາງ ພ້ອມທັງກ່າວວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ-ການຖິ້ມລະເບີດ ກໍຈະເລີ່ມຕົ້ນໃຫມ່. ແຕ່ Jessica Genauer ຈາກສະຖາບັນ ນະໂຍບາຍສາທາຣະນະ ກ່າວວ່າ ສອງປະເທດຍັງຢູ່ໃນທາງຕັນ.
Hantavirus ແມ່ນຫຍັງ?15 May 202600:07:06
Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້. ຕອນນີ້ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ. ແລະໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.
ອາເມຣິກາ ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz.08 May 202600:08:47
ປະທານາທິບໍດີ Donald Trump ໄດ້ເປີດເຜີຍລາຍລະອຽດເລັກນ້ອຍ ກ່ຽວກັບແຜນ ທີ່ລາວເອີ້ນວ່າ Project Freedom, ໂດຍກ່າວວ່າ ມັນເປັນການເຄື່ອນໄຫວ ດ້ານມະນຸດສະທັມ ໂດຍໄດ້ປະກາດແຜນການ ທີ່ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz. ໃນຂນະດຽວກັນ, Iran ໄດ້ສົ່ງຂໍ້ ສເນີ 14 ຂໍ້ຕໍ່ສະຫະຣັດອາເມຣິກາ ເພື່ອຮຽກຮ້ອງ ໃຫ້ຍຸດຕິການສູ້ຮົບຢ່າງຖາວອນ ແລະຖອນກອງກຳລັງ ຂອງສະຫະຣັດອາເມຣິກາ ອອກຈາກພູມິພາກທັງໝົດ.
ການຖອນໂຕອອກຈາກ OPEC ຂອງ UAE08 May 202600:08:14
United Arab Emirates ໄດ້ປະກາດວ່າ ມັນຈະອອກຈາກອົງການຂອງປະເທດສົ່ງອອກນ້ຳມັນ (the Organization of the Petroleum Exporting Countries) ຫຼື OPEC-ຕັ້ງແຕ່ເດືອນພຶດສະພາ. ນັກວິເຄາະກ່າວວ່າ ການຕັດສິນໃຈນັ້ນ ສະທ້ອນເຖິງຄວາມແຕກແຍກທີ່ເພີ່ມຂຶ້ນກັບ Saudi Arabia, ແລະຄວາມສໍາພັນທີ່ເຂັ້ມແຂງ ກັບສະຫະຣັດອາເມຣິກາ.
ວັນຄົບຮອບ 40 ປີ ຂອງພັຍພິບັດທີ່ Chernobyl08 May 202600:04:56
ໃນວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl, ປະທານາທິບໍດີ Ukraine, Volodymyr Zelenskyy ແລະປະທານາທິບໍດີ ຂອງ Moldova, Maia Sandu, ໄດ້ພົບກັນທີ່ Kyiv. ຜູ້ນຳທັງສອງໄດ້ກ່າວປະນາມພຶດຕິກັມຂອງຣັສເຊັຍກ່ຽວກັບສົງຄາມທີ່ກຳລັງດຳເນີນຢູ່ໃນ Ukraine.
ການລະເມີດຄວາມປອດພັຍ ໃນງານຂອງ White House08 May 202600:07:11
ມີການລ່ວງລະເມີດຄວາມປອດພັຍຄັ້ງໃຫຍ່ ໃນງານລ້ຽງອາຫານຄ່ຳ ຂອງຜູ້ສື່ຂ່າວຂອງ White House, ໂດຍທີ່ຜູ້ຕ້ອງສົງສັຍ ຈະປາກົດໂຕໃນສານ. ການສືບສວນກໍຍັງດຳເນີນຕໍ່ໄປ ໃນຂນະທີ່ Trump ໄດ້ສວຍໂອກາດໃຊ້ ເຫດການນັ້ນ ເປັນຜົນປໂຍດທາງການເມືອງຂອງລາວຢ່າງໄວ ພ້ອມທັງກ່າວວ່າ ເຫດການນັ້ນ ສະແດງໃຫ້ເຫັນເຖິງຄວາມຈໍາເປັນ ທີ່ຈະສ້າງຫ້ອງເຕັ້ນລໍາ ທີ່ເປັນເລື້ອງໂຕ້ຖຽງກັນຂອງລາວ ຢູ່ທີ່ White House.
ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ30 Apr 202600:09:22
ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan. Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.
ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ.30 Apr 202600:09:08
ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ. ຣັດຖະບານກໍຈະເອົາເງຶນຊ່ອຍເຫຼືອດ້ານນີ້ກັບມາຄືນ ແຕ່ ຈະຕັດການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.
ການເຈຣະຈາກ່ຽວກັບ LEBANON.30 Apr 202600:07:46
ການເຈຣະຈາສັນຕິພາບໃນ ເລບານອນ ກຳລັງດຳເນີນຕໍ່ໄປ ໃນຂນະທີ່ Hezbollah ໄດ້ເນັ້ນຫນັກ ເຖິງການຄັດຄ້ານຂອງຕົນ ຕໍ່ການເຈຣະຈາແບບຫນ້າຕໍ່ຫນ້າ ເມື່ອບໍ່ດົນມານີ້, ໂດຍຮຽກຮ້ອງ ໃຫ້ເລບານອນ ຖອນຕົວອອກຈາກການຕິດຕໍ່ໂດຍກົງ ກັບອິດສະຣາເອລ ໃນທຸກຮູບແບບ. ໃນຂນະດຽວກັນ, Trump ກ່າວວ່າ ການເຈຣະຈາລະດັບຜູ້ນໍາ ຈະມີຫລາຍຂຶ້ນໃນອາທິດຕໍ່ໄປ.
ສະຖານະການເຈຣະຈາສັນຕິພາບໃນ Iran.30 Apr 202600:07:31
ມີອຸບປະສັກຫຼາຍຢ່າງໃນການເຈຣະຈາສັນຕິພາບໃນ Iran. ບໍ່ວ່າຈະເປັນປັນຫາຊ່ອງແຄບ Hormuz, ປັນຫາ Nuclear, ສົງຄາມລະຫວ່າງ Israel ແລະ Lebanon ຫຼື ການປິດກັ້ນທ່າເຮືອ ຂອງ Iran ໂດຍອາເມຣິກາ.
ການຣົນນະຣົງການສັກວັກຊີນ RSV23 Apr 202600:09:41
ການລົງທຶນຂອງຣັຖບານກາງ ມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ. ຣັດຖະບານກາງ ໄດ້ປະກາດການສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັສທາງເດີນຫາຍໃຈ ທີ່ອາດເຖິງຕາຍໄດ້.
ການຢຸດຍິງໃນLebanon ເປັນເວລາ 10 ມື້.23 Apr 202600:07:53
ອິດສະຣາເອລ ໄດ້ຕົກລົງຢຸດຍິງ ເປັນເວລາ 10 ມື້ ກັບຣັດຖະບານLebanon ຫລັງຈາກການເຈຣະຈາໃນ Washington ເມື່ອບໍ່ດົນມານີ້. ເຖິງແມ່ນວ່າ Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາ ແຕ່ເບິ່ງຄືວ່າ ເຕັມໃຈ ທີ່ຈະສນັບສນູນ ການສງົບເສິກຊົ່ວຄາວ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ການເຈຣະຈາ ລະດັບຜູ້ນໍາ ຄາດວ່າຈະຕາມມາ ໃນສອງສາມມື້ຂ້າງໜ້າ.
Think before you pack: Australia’s customs and biosecurity rules explained - ຄິດກ່ອນເກັບກະເປົາເດີນທາງ: ອະທິບາຍກົດຄວາມປອດພັຍ ທາງຊີວະພາບຂອງອອສເຕຣເລັຍ.23 Apr 202600:12:12
Customs is generally the first point of contact for people entering Australia. Our Border Force Officers are there waiting. They ensure that we don’t bring in prohibited goods that could threaten Australia’s unique environment, economy and communities. Before you zip up your suitcase, here’s what you need to know about what can—and can’t—cross the border, and what’s at stake if biosecurity rules are ignored. - ໂດຍທົ່ວໄປແລ້ວ ສຸນລະກາກອນ (Customs) ເປັນຈຸດຕິດຕໍ່ທໍາອິດ ສໍາລັບຜູ້ທີ່ເດີນທາງເຂົ້າມາໃນອອສເຕຣເລັຍ. ເຈົ້າຫນ້າທີ່ Border Forceຂອງພວກເຮົ າກໍາລັງລໍຖ້າຢູ່ທີ່ນັ້ນ. ເຂົາເຈົ້າໃຫ້ແນ່ໃຈວ່າ ເຮົາຈະບໍ່ນໍາສິ່ງຂອງຕ້ອງຫ້າມເຂົ້າມາ ຊຶ່ງອາດເປັນພັຍຕໍ່ສະພາບແວດລ້ອມ, ເສດຖະກິດ ແລະຊຸມຊົນທີ່ພິເສດຂອງອອສເຕຣເລັຍ. ກ່ອນທ່ານຈະເກັບກະເປົ໋າເດີນທາງຂອງທ່ານ, ນີ້ຄືສິ່ງທີ່ທ່ານຕ້ອງຮູ້ ກ່ຽວກັບສິ່ງທີ່ສາມາດ-ແລະບໍ່ສາມາດ-ນຳຂ້າມເຂດແດນ, ແລະສິ່ງທີ່ຈະສ່ຽງ ຖ້າຫາກກົດລະບຽບຄວາມປອດພັຍ ທາງຊີວະພາບບໍ່ຖືກເອົາໃຈໃສ່.
ການກວດສອບສື່ສານມວນຊົນ.23 Apr 202600:06:30
ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google. ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່ຽນແປງ.
ສະຖານະການດ້ານນ້ຳມັນໃນ ອອສເຕຣເລັຍ.16 Apr 202600:06:56
ແຕ່ເຖິງແມ່ນວ່າ ການປະກາດຢຸດຍິງ ໃນຕາເວັນອອກກາງ ເບິ່ງຄືວ່າ ຈະຫລຸດຜ່ອນຄວາມເຈັບປວດ ຂອງຜູ້ຂັບຣົດທີ່ປ້ຳນ້ຳມັນ, ໂດຍທີ່ Iran ໄດ້ຕົກລົງທີ່ຈະອະນຸຍາດ ໃຫ້ກໍາປັ່ນຜ່ານ Strait of Hormuz. ແຕ່ຣັດຖະບານ ກໍາລັງຮຽກຮ້ອງ ໃຫ້ຢູ່ໃນຄວາມສງົບອີກ, ໂດຍກ່າວວ່າ ການຈັດຫານ້ຳມັນ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ເນື່ອງຈາກພະຍາຍາມ ສົ່ງເສີມການຈັດຫາ ຈາກພັນທະມິດນາໆຊາດ.
ຄວາມປອດພັຍຂອງ ກອງຮັກສາສັນຕິພາບ.16 Apr 202600:07:13
ກອງກຳລັງຊົ່ວຄາວ ຂອງສະຫະປະຊາຊາດໃນ Lebanon-ຊຶ່ງມີທະຫານຮັກສາສັນຕິພາບປະມານ 10,000 ຄົນຈາກ 46 ປະເທດ, ແລະເຂົາເຈົ້າ ໄດ້ຢູ່ໃນ Lebanon ໃນບາງຮູບແບບ ຕັ້ງແຕ່ປີ 1978 ເພື່ອຮັກສາຄວາມຫມັ້ນຄົງ ຢູ່ຊາຍແດນ ກັບອິດສະຣາເອລ ແລະປົກປ້ອງພົນລະເຮືອນ ໄດ້ຢູ່ພາຍໃຕ້ການຄຸກຄາມດ້ານຄວາມປອດພັຍຈາກກອງທັບອິສຣາເອລ.
© My Podcast Data · Independent project · Data from Apple & Spotify