Back

Explore every episode of the podcast ເມືອງລາວໃນອາທິດນີ້

Dive into the complete episode list for ເມືອງລາວໃນອາທິດນີ້. Each episode is cataloged with detailed descriptions, making it easy to find and explore specific topics. Keep track of all episodes from your favorite podcast and never miss a moment of insightful content.

Rows per page:

1–50 of 71

TitlePub. DateDuration
This Week in Laos Ep.9018 Mar 202500:23:54
ການສໍາພາດ ທ້າວ ອານຸກິດ ກິດສະຫວາດ, ໜຸ່ມຕາກ້ອງ ສະໝັກຫຼິ້ນ ທີ່ໄດ້ຮັບລາງວັນ Highly Recommended Photography Foundation Awards 2024 ທີ່ ປະເທດອັງກິດ ເຊິ່ງມີຜູ້ສົ່ງຮູບເຂົ້າແຂ່ງຂັນ ຈາກ ທົ່ວໂລກ ຫຼາຍກວ່າ 5 ພັນ ລາຍການ. 

Hosted on Acast. See acast.com/privacy for more information.

This Week in Laos Ep.8913 Mar 202500:27:06
ໃນ Ep.89 ນີ້ ເຮົາຈະມາເວົ້າລົມກັນ ກ່ຽວກັບຊີວິດໃນຊົນນະບົດ ຂອງເດັກນ້ອຍນັກຮຽນ ຊັ້ນປະຖົມ ແລະ ມ. ຕົ້ນ ວ່າພວກເຂົາເຈົ້າ ມີຄວາມບາກບັ່ນອົດທົນ ຂະໜາດໃດ ກ່ອນທີ່ຈະເຂົ້າໂຮງຮຽນ ເພື່ອສະແຫວງຫາຄວາມຮູ້ ຄວາມສາມາດ ໃຫ້ກັບໂຕເອງໃນອະນາຄົດ.

Hosted on Acast. See acast.com/privacy for more information.

This Week in Laos Ep.8806 Mar 202500:23:14
ໃນ Ep.88 ນີ້ ແມ່ນການສຳພາດ Aot Soulivong Xayaketh ຊາຍໜຸ່ມລາວ ທີ່ໄດ້ລາງວັນ Top 20 Mr. Tourism World 2024, Mr. Ao Dai, Mr. Multimedia Award; 1st Runner Up Mister Talent.

Hosted on Acast. See acast.com/privacy for more information.

This Week in Laos Ep.8727 Feb 202500:27:25
ເຊີນທ່ານຮັບຟັງຮັບຊົມ ສາວຄູ ຄຳນ້ອຍ ອະທິບາຍ ວິທີການສອນ ເລກ ຄະນິດຕິດດາວ ທີ່ພາໃຫ້ນັກຮຽນຊັ້ນ ປ. 3 ມ່ວນຊື່ນໄປກັບການຮຽນ ທີ່ເຂົ້າໃຈງ່າຍ ແລະ ຕອບໂຈດໃດ້ໄວຂຶ້ນ.

Hosted on Acast. See acast.com/privacy for more information.

This Week in Laos Ep.8620 Feb 202500:21:50
ລາຍການ ເມືອງລາວໃນອາທິດນີ້ ຈະຂໍນຳສະເໜີ ນາງ ບຸມມະນີ ອະໄພ ນາງສາວ ກຶືມມຸລາວ ປະຈໍາປີ 2024 ເຊິ່ງເປັນປີລິເລີ່ມ ຂອງການປະກວດ ເພື່ອສົ່ງເສີມປະເພນີ ວັດທະນະທຳ ຂອງຊົນເຜົ່ານີ້ ໃຫ້ເປັນທີ່ຮູ້ຈັກ ຢ່າງກວ້າງໄກ ສູ່ສາຍຕາຊາວໂລກ.

Hosted on Acast. See acast.com/privacy for more information.

This Week in Laos Ep.8513 Feb 202500:32:11
ໃນ ອີ ພີ ນີ້ ທ່ານຈະໄດ້ຟັງ ການສຳພາດ ນາງ ດີ້ ຜູ້ຖືກເຄາະຮ້າຍ ຈາກ ການຕັດສີນໃຈ ໄປເອົາຜົວຢູ່ຈີນ ແລະ ໄດ້ໜີເອົາໂຕລອດ ກັບມາລາວ. ນາງ ດີ້ ຈະມາເລົ່າໃຫ້ຟັງທຸກຢ່າງ ເພື່ອໃຫ້ເປັນຂໍ້ຄິດ ເຕືອນສະຕິ ຍິງລາວສາວນ້ອຍ ກ່ອນຕັດສິນໃຈ ໄປເອົາຜົວຢູ່ຈີນ ໂດຍການກ້ຽວກ່ອມ ຂອງ ພວກນາຍໜ້າ ຄ້າມະນຸດ.

Hosted on Acast. See acast.com/privacy for more information.

This Week in Laos Ep.8406 Feb 202500:24:59
ລາຍການ ເມືອງລາວໃນອາທິດນີ້ ເຮົາຈະເວົ້າເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ.

Hosted on Acast. See acast.com/privacy for more information.

This Week in Laos Ep.8330 Jan 202500:16:48

ເຮົາຈະມາເວົ້າເລື່ອງ ປະຊາຊົນ ໃນເຂດ ການຂຸດຄົ້ນ ເກືອກາລີ່ ຢູ່ ແຂວງຄຳມ່ວນ ທີ່ເສຍດິນດິນນາ ໃຫ້ໂຄງການດັ່ງກ່າວນີ້. ຄ່າຊົດເຊີຍເລັກນ້ອຍ ກໍໄດ້ຍອມເອົາ ຖ້າບໍ່ເອົາ ບໍ່ໄດ້ເລີຍ.

ການຂຸດຄົ້ນກໍແມ່ນຂຸດເລິກ ເປັນເວີງກວ້າງໃຫຍ່ໄພສານ ຕະຫຼອດ 24 ຊົ່ວໂມງ ລົດບັນທຸກເຂົ້າອອກຂົນກັນ ທັງເວັນທັງຄືນ. 

Hosted on Acast. See acast.com/privacy for more information.

This Week in Laos Ep.8223 Jan 202500:23:23
ເມືອງລາວໃນອາທິດນີ້ ເຮົາຈະຫວນມາພົບກັບ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ ຕໍ່ໂຊກຊະຕາ ອີກຄັ້ງໜຶ່ງວ່າ 1 ປີຜ່ານໄປ ທີ່ເຮົາໄດ້ສຳພາດ ກ່ຽວກັບຊີວິດ ທີ່ລອດມາໄດ້ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການແຂນທັງສອງຂ້າງ. ມາຮອດປະຈຸບັນ ລາວໄດ້ເພີ່ມພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໃດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ເຊີນຕິດຕາມການຕໍ່ສູ້ ທີ່ບໍ່ຍອມທໍ້!!!

Hosted on Acast. See acast.com/privacy for more information.

This Week in Laos Ep.8116 Jan 202500:19:39
ການຂຸດຄົ້ນແຮ່ທາດ ໃນລາວ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຢ່າງໜັກໜ່ວງ. ຕົວຢ່າງ ໃນວັນທີ 12 ມັງກອນ 2025 ບໍລິສັດຫວຽດນາມ ຕັ້ງຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໄດ້ປ່ອຍນໍ້າເສຍ ຈາກການລ້າງແຮ່ທາດ ລົງໃສ່ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ຈົນເຮັດໃຫ້ນໍ້າເຂັ້ມຊຸ່ນໃຊ້ບໍ່ໄດ້.

Hosted on Acast. See acast.com/privacy for more information.

This Week in Laos Ep.8009 Jan 202500:31:27
ເມືອງລາວໃນອາທິດນີ້ ຈະພາທ່ານ ມາພົບກັບ ຄູ ແລະ ນັກຮຽນ ຢູ່ໂຮງຮຽນ ປະຖົມສົມບູນ ເລົ່າງາມ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ. ຍ້ອນວ່າໂຮງຮຽນນີ້ ມີນັກຮຽນຈຳນວນນ້ອຍ ຈຶ່ງບໍ່ໄດ້ຮັບທຶນການຊ່ອຍເຫຼືອ ຈາກທາງການ ໂຮງຮຽນນີ້ ຕັ້ງຂຶ້ນໄດ້ຍ້ອນ ນາຍຄູ ແລະ ຊາວບ້ານ ຮິບໂຮມກັນ ແລະ ຊາວຄ້າຂາຍ ກໍຊ່ອຍເຫຼືອນຳ ບາງຄັ້ງຄາວ.

Hosted on Acast. See acast.com/privacy for more information.

This Week in Laos Ep.7902 Jan 202500:37:16
ລາຍການເມືອງລາວໃນອາທິດນີ້ ເຮົາໄດ້ນຳເອົາ ການສຳພາດ ຊາວໜຸ່ມລາວຫຼາຍໆຄົນ ທີ່ມີຜົນງານ ສ້າງຄຸນງາມຄວາມດີ ໃຫ້ກັບສັງຄົມ ແລະ ປະເທດຊາດ ໃນປີ 2024 ເພື່ອຝາກຄວາມຊົງຈຳ ທີ່ໜ້າສັນລະເສີນນີ້ ໃຫ້ກັບເຍົາວະຊົນ ລຸ້ນຕໍ່ໆໄປໃນພາຍພາກໜ້າ.

Hosted on Acast. See acast.com/privacy for more information.

This Week in Laos Ep.7826 Dec 202400:18:38
ເມືອງລາວໃນອາທິດນີ້ ເຮົາຈະມາຟັງ ຈາກ ທ້າວ ສີດາ ຫຼ້າຄໍາປາງ ນັກສຶກສາລາວ ຜູ້ໄດ້ຮັບທຶນ ໄປສຶກສາວິຊາ ວິດສະວະກຳ ຄອມພິວເຕີ້ ຢູ່ ປະເທດ ຫວຽດນາມ ວ່າຕ້ອງໄດ້ປັບໂຕເອງແນວໃດ ເພື່ອໃຫ້ເຂົ້າກັບ ສະພາບແວດລ້ອມ ໃນຕ່າງແດນ.

Hosted on Acast. See acast.com/privacy for more information.

This Week in Laos Ep.7719 Dec 202400:27:10
ມາພົບກັບ ອາຈານ ດອນ ສອນເລກ ສອນວິຊາ ຄະນິດສາດ ຟີຊິກ ພຶດຊະຄະນິດ ແລະ ດ້ວຍວິທີສ້າງບັນຍາກາດ ໃຫ້ລູກສິດຕິດໃຈ ຢາກຮຽນເລກ ແລະ ຟິຊິກ ຂອງ ອາຈານ ດອນ ນັ້ນເອງ ຈຶ່ງມີລູກສິດ ໄດ້ຮັບລາງວັນ ກຽດນິຍົມລະດັບຊາດ ຫຼາຍຄົນ.

Hosted on Acast. See acast.com/privacy for more information.

This Week in Laos Ep.7612 Dec 202400:31:11
ເມືອງລາວໃນອາທິດນີ້ ຈະພາທ່ານ ໄປຮູ້ຈັກກັບຄອບຄົວຂອງ ທ້າວ ສົມຮັກ ແລະ ນາງ ວັນນາ ຊາວຊົນນະບົດ ທີ່ຢູ່ຫ່າງໄກ ຈາກຊີວິດພາຍໃຕ້ແສງສີ ຄວາມຈະເລີນ ຂອງເມືອງຫຼວງ ແຕ່ເປັນຄອບຄົວ ທີ່ຕື່ມເຕັມຄວາມສຸກ ໃຫ້ກັນແລະກັນ ໂດຍ ປາດສະຈາກ ວັດຖຸເຄື່ອງໃຊ້ ຫຼູຫຼາລາຄາແພງ ມາສົ່ງເສີມ. ຄອບຄົວນີ້ເປັນຊາວນາ ມີເວລາວ່າງ ກໍຖ່າຍຄລິບ ວີດີໂອ ຮ້ອງລຳທຳເພງ ອອກ Facebook, TikTok ມີຜູ້ເຂົ້າເບິ່ງ ກວ່າ 1 ລ້ານ...

Hosted on Acast. See acast.com/privacy for more information.

This Week in Laos Ep.7505 Dec 202400:21:35
ພາຍຫຼັງການສໍາຫຼວດ ຢູ່ ປະເທດລາວ ເລີ່ມແຕ່ວັນທີ 19 ຫາ 29 ເດືອນ ພະຈິກ ທີ່ຜ່ານມາ ຂອງ ຜູ້ລາຍງານພິເສດ ຈາກສະຫະປະຊາຊາດ ກ່ຽວກັບ ສິດທິທາງດ້ານ ວັດທະນະທຳ ໃນການດຳລົງຊີວິດ ຂອງປະຊາຊົນລາວ ຈຶ່ງເຫັນວ່າ ຍັງມີຫຼາຍຢ່າງ ທີ່ຕ້ອງໄດ້ປັບປຸຸງແກ້ໄຂ.

Hosted on Acast. See acast.com/privacy for more information.

This Week in Laos Ep.74 27 Nov 202400:17:58

1- ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ແຂວງວຽງຈັນ ຍັງດຳເນີນຢູ່ຢ່າງຄຶກຄື້ນ ເປັນຂະບວນ ສັບປ່ຽນເຂົ້າອອກ ເຊິ່ງທາງການ ກໍໄດ້ສັ່ງໃຫ້ຢຸດເຊົາໄປແລ້ວ.

2- ຄວາມຄືບໜ້າ ກ່ຽວກັບ ນັກທ່ອງທ່ຽວ 6 ຄົນເສຍຊີວິດ ຢູ່ ເມືອງວັງວຽງ.

Hosted on Acast. See acast.com/privacy for more information.

This Week in Laos Ep.7321 Nov 202400:24:15
ເມືອງລາວໃນອາທິດນີ້ ໄດ້ຂໍສຳພາດ ທ້າວ ພອນປະເສີດ ແສງມະນີວົງ ແລະ ລູກສິດດີເດັ່ນຂອງເພິ່ນ ກ່ຽວກັບ ສະຖາບັນ ສິນລະປະ ອາລັງການ ເພື່ອສົ່ງເສີມ ທັກສະແຕ້ມຮູບ ຕາມຈິນຕະນາການ ໃຫ້ກັບ ເຍົາວະຊົນລາວ ເຊິ່ງມີຫຼາຍຢ່າງ ທີ່ໜ້າຮຽນຮູ້ ແລະ ນໍາມາແຜ່ຜາຍ ຂະຫຍາຍຄວາມ ໃນຜົນງານຂອງ ສະຖາບັນແຫ່ງນີ້.

Hosted on Acast. See acast.com/privacy for more information.

This Week in Laos Ep.72 14 Nov 202400:34:56
ລາຍການ ເມືອງລາວໃນອາທິດນີ້ ພະອາຈານ ໄພວັນ ມາລາວົງ ອະທິບາຍ ຄວາມສໍາເລັດໃນການ ຈັດໜ້າບັນນາທິການ ວັດຈະນານຸກົມ ສັບວັນນະຄະດີບູຮານ ຈໍນວນ 2030 ໜ້າ ເຊິ່ງໃຊ້ເວລາເຖິງ 15 ປີ.

Hosted on Acast. See acast.com/privacy for more information.

This Week in Laos Ep.71 07 Nov 202400:36:15
ອາຈານ ສຸເນດ ໂພທິສານ ຜູ້ຊ່ຽວຊານ ປະຫວັດລາວ ເພິ່ນຈະເລົ່າເຖິງ ຄວາມເປັນມາ ຂອງ ພະທາດຫຼວງ ຫຼື “ທາດປັນຍາປາລະມີຫຼວງ” ນັ້ນເອງ. ຂໍເຊີນຊາວລາວ ທຸກຖ້ວນໜ້າ ມາຟັງເບິ່ງ ເພື່ອລະລຶກເຖິງ ປະຫວັດສາດອັນລໍ້າຄ່ານີ້ ບໍ່ໃຫ້ຫາຍສາບສູນໄປ.

Hosted on Acast. See acast.com/privacy for more information.

This Week in Laos Ep.7031 Oct 202400:17:49

1. ນັກລົງທຶນຈີນ ຢູ່ເມືອງລະມາມ ແຂວງເຊກອງ ເພີ່ມຈໍານວນ ເຕົາເຜົາຖ່ານຂາວ ເຊິ່ງເພີ່ມ ຄວາມເດືອດຮ້ອນ ໃຫ້ຊາວບ້ານ ເປັນທະວີຄູນ ຈາກການອົບເຜົາໄມ້ດິບ.

2. ທາງການ ແຂວງອັດຕະປື ລົງວິໄນ ພະນັກງານ 26 ຄົນ ເບື້ອງໜ້າເບື້ອງຫຼັງ ເປັນແນວໃດແທ້ ມາຟັງມາຊົມ ເມືອງລາວໃນອາທິດນີ້ ນໍາກັນ.


ຈອງຣາຍການ YouTube ຂອງ ວິທຍຸເອເຊັຽເສຣີ ພາສາລາວ:

http://tinyurl.com/pq2todv

RFA ມີສໍານັກງານໃຫຍ່ຢູ່ Washington DC, USA

ຫຼັກການ ສໍາຄັນທີ່ສຸດ ໃນການ ປະກອບ ພາຣະກິຈ ຂອງ ວິທຍຸ ເອເຊັຽເສຣີ ຄື ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານ ສູງສຸດ ຂອງ ການສເນີຂ່າວ.

ຣາຍງານ/ຣາຍການ ຂອງ RFA ຈະຕ້ອງ ແນ່ນອນ, ເປັນທັມ ແລະ ກໍ້າເກິ່ງ.

ຈອງ Facebook RFALaos:

https://www.facebook.com/LaosRFA

ຈອງ twitter Laonews:

https://twitter.com/laonews

ຈອງ Google+:

http://tinyurl.com/lx8p6yp

Hosted on Acast. See acast.com/privacy for more information.

This Week in Laos Ep.6924 Oct 202400:17:43
ລາຍການ ເມືອງລາວໃນອາທິດນີ້ ໄດ້ຂໍສໍາພາດ ນາງ ສຸກສະຫວັນ ມະນີວົງໄຊ ທີ່ໄດ້ຮັບ ລາງວັນ ທີ 1 ຂອງປະເທດ ໃນການອອກແບບ ເສື້ອຜ້າ ໃນໂຄງການ Lao Young Designers Project 2024 ແລະ ໄດ້ທຶນໄປສຶກສາຕໍ່ ທີ່ ປະເທດຝຣັ່ງ.

Hosted on Acast. See acast.com/privacy for more information.

This Week in Laos Ep.6817 Oct 202400:28:23
ລາຍການ ເມືອງລາວໃນອາທິດນີ້ ຈະພາທ່ານ ໄປຮຽນຮູ້ລາຍລະອຽດ ກ່ຽວກັບ ການປະກອບ ເຮືອຊ່ວງ ຢູ່ ປະເທດລາວ ຈາກ ນາຍຊ່າງ ຜູ້ທີ່ມີສີມືຊັ້ນນໍາ ແລະ ເປັນທີ່ຮູ້ຈັກກັນດີ ໃນວົງການເຮືອຊ່ວງ ທົ່ວປະເທດ.

Hosted on Acast. See acast.com/privacy for more information.

This Week in Laos Ep.6710 Oct 202400:20:51
ລາຍການ ເມືອງລາວ ປະຈໍາສັບປະດາ ຂໍນໍາສະເໜີ ທີມເຮືອບ້ານນາລ້ອງ ທີ່ກໍາລັງຝຶກຊ້ອມ ຕຽມເຂົ້າແຂ່ງຂັນ ໃນງານສະຫຼອງ ບຸນຊ່ວງເຮືອ ປະຈໍາປີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ.

Hosted on Acast. See acast.com/privacy for more information.

This Week in Laos Ep.6603 Oct 202400:17:11
ໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ຜ່ານໄປເປັນເວລາ ເກືອບ 1 ເດືອນແລ້ວ ເຊິ່ງນັກຮຽນ 5,611 ຄົນ ເລີ່ມແຕ່ຊັ້ນອະນຸບານ ເຖິງຊັ້ນມັດທະຍົມ ຕອນຕົ້ນ ຍັງບໍ່ໄດ້ເຂົ້າໂຮງຮຽນ ແລະ ໂຮງຮຽນ 50 ແຫ່ງ ເສຍຫາຍເພພັງ ຮວມທັງ ອຸບປະກອນການຮຽນ-ການສອນຕ່າງໆ.

Hosted on Acast. See acast.com/privacy for more information.

This Week in Laos Ep.6526 Sep 202400:18:06
ລາຍການ ເມືອງລາວປະຈໍາສັບປະດາ ໄດ້ສໍາພາດ ສະມາຊິກ ຄອບຄົວ ຜູ້ຖືກເຄາະຮ້າຍ ຈາກ ໄພນໍ້າຖ້ວມ ຢູ່ ເມືອງແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງ ຄວາມເສຍຫາຍຕ່າງໆ ຂອງປະຊາຊົນ.

Hosted on Acast. See acast.com/privacy for more information.

This Week in Laos Ep.6419 Sep 202400:19:32
ເຫດການໄພນໍ້າຖ້ວມ ຢູ່ປະເທດລາວ ເຊິ່ງ ມີປະຊາຊົນໃນຫຼາຍແຂວງ ໄດ້ຮັບຄວາມເສຍຫາຍນັ້ນ ຍັງຕ້ອງການ ການຊ່ອຍເຫຼືອອີກຢູ່ ເປັນຕົ້ນເຄື່ອງນຸ່ງຮົ່ມ ອາຫານ ຢາປ້ອງກັນພະຍາດ ແລະ ບ່ອນຢູ່ອາໃສ ຂອງຫຼາຍຄອບຄົວ ທີ່ເຮືອນຖືກນໍ້າພັດໄປ.

Hosted on Acast. See acast.com/privacy for more information.

This Week in Laos Ep.6312 Sep 202400:21:07
ຜູ້ປະສົບໄພນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ໃນເທື່ອນີ້ ແມ່ນໜັກໜ່ວງ ພໍສົມຄວນ ພວກນັກຮຽນຍັງຂາດ ອຸບປະກອນການຮຽນ ຫຼາຍຄອບຄົວຍັງຂາດ ທີ່ພັກເຊົາ ເຂົ້າປາອາຫານ ນໍ້າດື່ມ ແລະ ເຄື່ອງນຸ່ງຮົ່ມ.

Hosted on Acast. See acast.com/privacy for more information.

This Week in Laos Ep.6205 Sep 202400:16:28
ການກວາດລ້າງ ແກ້ງ ຕອບແຊັດ ຫຼື ຄໍເຊັນເຕີ ຢູ່ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ໂດຍການຮ່ວມມື ຂອງນາໆຊາດ ຈຶ່ງສາມາດເຂົ້າໄປກວາດລ້າງ ທໍາລາຍ ການກໍ່ອາດຊະຍາກໍາ ອອນລາຍ ໃນເຂດນີ້ລົງໄດ້.

Hosted on Acast. See acast.com/privacy for more information.

This Week in Laos Ep.6129 Aug 202400:25:20
ລາຍການ ເມືອງລາວປະຈໍາສັບປະດາ ຍິນດີນໍາສະເໜີ ທ້າວ ສຸກສະຫວັນ ສິລິຈັນໂທ ຫລື ຄຳຮຸ່ງ ນັກແຕ້ມຮູບ ແອນີເມເຊິ້ນ (Animation) ປະກອບນິທານເດັກນ້ອຍ ທີ່ໄດ້ຮັບລາງວັນ The Best Art Award ໃນປີ 2023 ສໍາຄັນສຸດຄື ຜົນງານຂອງລາວ ຮວມທັງ ທີມງານທຸກຄົນ ກໍໄດ້ເປັນທີ່ຮັບຮູ້ ໃນກຸ່ມປະເທດອາຊຽນ ແລະ ໃນຂັ້ນລະດັບໂລກ.

Hosted on Acast. See acast.com/privacy for more information.

This Week in Laos Ep.6022 Aug 202400:21:29
ລາຍການເມືອງລາວ ປະຈໍາສັບປະດາ ພອດແຄັສ Ep.60 ນີ້ ເຊີນທ່ານ ມາຮັບຟັງຮັບຊົມ ການສົນທະນາ ກັບ ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສັ່ງສອນ ຂອງພຣະພຸດທະເຈົ້າແລະ ໄດ້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈ ຢາກສຶກສາທໍາມະ.

Hosted on Acast. See acast.com/privacy for more information.

This Week in Laos Ep.5915 Aug 202400:31:27
ລາຍການເມືອງລາວປະຈໍາສັບປະດາ ອີພີ ນີ້ ນາງ ສີລິນາ ພະອາໄພ ນັກກິລາໂອລິມປິກ 2024 ທີ່ ປາຣີ ປະເທດຝຣັ່ງ ຈະມາເລົ່າເຖິງເຫດການ ທີ່ເຮັດໃຫ້ຊາວໂລກ ໄດ້ຮູ້ຈັກ ປະເທດລາວ ຫຼາຍຂຶ້ນ ຍ້ອນຄວາມມີນໍ້າໃຈ ເປັນນັກກິລາ ໂດຍແທ້ ຂອງນາງ ນັ້ນເອງ. ເຊີນທ່ານຕິດຕາມຟັງ ແລະ ຊົມໄດ້ເລີຍ...

Hosted on Acast. See acast.com/privacy for more information.

This Weekin Laos Ep.5808 Aug 202400:19:35
ແມ່ນໃຜໄດ້ຜົນປະໂຫຍດ ແມ່ນໃຜຢູ່ເບື້ອງຫຼັງ ເຮັດໃຫ້ລາຄາຂຶ້ນ ຜິດປົກກະຕິ. ລາຄາຄໍາລົງ ແລະ ຂຶ້ນ ຜິດປົກກະຕິ ເປັນເຫດບັງເອີນ ຫຼື ມີຄົນຕັ້ງໃຈເຮັດໃຫ້ເກີດຂຶ້ນ.

Hosted on Acast. See acast.com/privacy for more information.

This Week in Laos Ep.5701 Aug 202400:23:15
ການໄປມາຫາສູ່ກັນ ລະຫວ່າງ ໄທ/ລາວ ລຽບສອງຝັ່ງຂອງນັ້ນ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ ເວົ້າວ່າ ແຕ່ກ່ອນບໍ່ໄດ້ເຄັ່ງຄັດ ຄືກັບປັດຈຸບັນ ຍ້ອນຢາເສບຕິດ ແລະ ການຄ້າມະນຸດ ຂ້າມຊາຍແດນ.

Hosted on Acast. See acast.com/privacy for more information.

This Week in Laos Ep.5625 Jul 202400:28:01
ສໍາພາດ ທ້າວ ບອດ ສິນລະປິນ ນັກແຕ້ມ ນັກປັ້ນ ຊຶ່ງວຽກງານປັ້ນ ດ້ວຍປູນຊິມັງ ຂອງລາວແຕ່ລະຢ່າງ ກໍເຕັມໄປດ້ວຍຄວາມປານີດ ທີ່ໜ້າພາກພູມໃຈ ຈົນເປັນທີ່ ເລື່ອງລື ໃນ ສື່ສັງຄົມ ອອນລາຍ ຜູ້ຄົນກົດໄລ໊ ນັບລ້ານ.

Hosted on Acast. See acast.com/privacy for more information.

This Week in Laos Ep.5518 Jul 202400:26:29
ລາຍການເມືອງລາວ ປະຈໍາສັບປະດາ ໄດ້ສໍາພາດ ທ້າວ ບຸນມະນີ ນັກສີນລະປິນ ຈາກຊົນເຜົ່າ ທີ່ມີປະມານ 200 ຄອບຄົວ ແຕ່ໄດ້ຮັບຄວາມນິຍົມ ນັບລ້ານວີວ ໃນວົງການບັນເທີງ ສື່ສັງຄົມອອນລາຍ ເຊີນທ່ານ ມາຟັງມາຊົມ ມາຄົ້ນຫາ ຮຽນຮູ້ກ່ຽວກັບຊົນເຜົ່ານີ້...

Hosted on Acast. See acast.com/privacy for more information.

This Week in Laos Ep.5411 Jul 202400:28:57
ແມ່ນໍ້າຂອງ ຢູ່ໃນສະພາບຊຸດໂຊມ ຂາດຄວາມອຸດົມສົມບູນ ເປັນຍ້ອນຫຍັງ ແລະ ຈະແກ້ໄຂ ບັນຫາແນວໃດ? ເຮົາລອງມາຟັງການວິໄຈ ຂອງ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ. Ian Bair Professor at the University of Wisconsin, Madison

Hosted on Acast. See acast.com/privacy for more information.

This Week in Laos Ep.5305 Jul 202400:26:41
ເມືອງລາວປະຈໍາສັບປະດາ Podcast EP ນີ້ ເຮົາຈະມາພົບກັບ ຄົນຕ່າງປະເທດ ທີ່ໃຊ້ຊື່ວ່າ ຝຣັ່ງປອມ ໃນສື່ສັງຄົມອອນລາຍ ເວົ້າພາສາລາວເກັ່ງ ຮ້ອງເພງພາສາ ຊົນເຜົ່າກຶມມຸອໍາ ໄດ້ຢ່າງອອນຊອນ.

Hosted on Acast. See acast.com/privacy for more information.

This Week in Laos Ep.5227 Jun 202400:14:19
ສໍາພາດ ທ່ານ ທິບພະສອນ ເມືອງຈັນ (ແອ໊ດ) ນັກເຕະບານ ທີມຊາດລາວ ລຸ້ນຕໍານານ ຊຸມປີ 1960 ຫາ 1970 ທ່ານ ແອ໊ດ ຈະມາເວົ້າຄວາມເກົ່າ ເລົ່າຄວາມຫຼັງ ສູ່ຟັງວ່າ ນັກກີລາລາວ ໃນສະໄໝກ່ອນ ແມ່ນມຸ້ງໝັ້ນ ຍ້ອນ ຄວາມມັກ ຮັກໃນຄວາມສາມະຄີ ເປັນນໍ້າໜຶ່ງໃຈດຽວ. ຖ້າເວົ້າເຖິງ ເງິນດ້າມເງິນເດືອນ ລະແມ່ນວ່າ ບໍ່ເຄີຍມີ.

Hosted on Acast. See acast.com/privacy for more information.

This Week in Laos Ep.5120 Jun 202400:29:49
ສໍາພາດ MISS UNIVERSE LAOS 2024 ພິຣັນຍາ ທິບພົມວົງ ທີ່ໄດ້ຮັບຕໍາແໜ່ງ ວ່າງຕົ້ນເດືອນ ມິຖຸນາ ຜ່ານມານີ້. ເຊີນທ່ານຕິດຕາມຄົ້ນຫາ ຈຸດໂດດເດັ່ນ ຂອງ ນາງງາມຄົນນີ້ວ່າມີແນວໃດແດ່ ນາງ ຈຶ່ງໄດ້ຮັບຕໍາແໜ່ງ ອັນຊົງກຽດນີ້.

Hosted on Acast. See acast.com/privacy for more information.

This Week in Laos Ep.5013 Jun 202400:25:27
ລາຍການ ເມືອງລາວ ປະຈໍາສັບປະດາ ພອດແຄ໊ສ Ep.50 ນີ້ ທ້າວ ປາດຖະໜາ ຈະມາອະທິບາຍ ກ່ຽວກັບ WEB 3.0 ທີ່ຈະຖືກນໍາໃຊ້ໃນລະບົບ ອິນເຕິແນ໊ຕ ຢ່າງກວ້າງຂວາງ ໃນອີກບໍ່ດົນນີ້. ປະຈຸບັນ ການເຂົ້າສູ່ລະບົບ ອິນເຕິແນ໊ຕ ຕ່າງໆ ແມ່ນຍັງນໍາໃຊ້ WEB 2.0 ... ເຊີນທ່ານຕິດຕາມ ຟັງ ຫຼື ຊົມໄດ້...

Hosted on Acast. See acast.com/privacy for more information.

This Week in Laos Ep.4906 Jun 202400:24:57
ໃນ ep ນີ້ ເຮົາໄດ້ນໍາເອົາຂ່າວຄາວ ການໄດ້ກັບມາ ລາວ ຂອງຊາວໜຸ່ມລາວ ຜູ້ທີ່ຖືກກຸ່ມຄ້າມະນຸດ ຕົວະໄປ ເຮັດວຽກ ຢູ່ ໂຮງກາສິໂນ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ເປັນເວລາ ເກືອບ 2 ປີ ເຕັມ ພວກຂະເຈົ້າ ຈຶ່ງໄດ້ກັບມາຫາ ຄອບຄົວ ແລະ ຫຼຸດພົ້ນ ອອກມາຈາກ ແຫຼ່ງໝໍ້ນະຮົກ ແຫ່ງນັ້ນ....

Hosted on Acast. See acast.com/privacy for more information.

This Week in Laos Ep.4830 May 202400:11:18
ງານສະຫຼອງບຸນປີໃໝ່ລາວ ຢູ່ ເມືອງເມິຟິສໂບໂຣ ລັດ ເທັນເນິຊີ ສະຫະລັດ ອາເມລິກາ ໃນທ້າຍເດືອນ ພຶດສະພາ ນີ້ຖືວ່າ ອາລັງການສຸດສຸດ. ເຊີນທ່ານຕິດຕາມ ຟັງແລະຊົມ ໄດ້ ໂຊກດີປີໃໝ່ ອີກເທື່ອໜຶ່ງ!

Hosted on Acast. See acast.com/privacy for more information.

This Week in Laos Ep.4723 May 202400:23:47
ພາລະບົດບາດ ແລະ ຜົນງານ ຂອງສະມາຄົມ ແມ່ຍິງ ພິການ ຢູ່ ປະເທດລາວ ມີຫຼາຍສີ່ງຫຼາຍຢ່າງ ທີ່ໜ້າສົນໃຈ ເຊິ່ງ ເຮົາຈະໄດ້ຮຽນຮູ້ ຈາກ ປະທານສະມາຄົມ ທ່ານ ນາງ ຈັນເພັງ ສີວິລາ.

Hosted on Acast. See acast.com/privacy for more information.

This Week in Laos Ep.4616 May 202400:19:43
ວຽກງານການເກັບກູ້ລະເບີດ ບໍ່ທັນແຕກ ໃນ ປະເທດລາວ ຍັງສືບຕໍ່ ພາຍໃຕ້ ໂຄງການ ຄວາມຫວັງ ຫຼັງສົງຄາມ ຫຼື Legacies of War ທີ່ຍັງສ້າງຄວາມຫວັງ ໃຫ້ກັບ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ໃນແຕ່ລະພື້ນທີ່ ຂອງ ປະເທດລາວ ກໍາປູເຈຍ ແລະ ຫວຽດນາມ.

Hosted on Acast. See acast.com/privacy for more information.

This Week in Laos Ep.4509 May 202400:20:02
ຜົນກະທົບຈາກ ການປ່ອຍນໍ້າເສຍ ປົນເປື້ອນ ສານເຄມີ ລົງແມ່ນໍ້າ ທໍາມະຊາດ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ ຫາຍາກ ພາກເໜືອ 2 ຈຳກັດ ຢູ່ ເມືອງຊໍາເໜືອ ແຂວງຫົວພັນ ເຮັດໃຫ້ປາຕາຍ ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະ ລ້ຽງສັດ. ມາເຖິງປັດຈຸບັນ ກໍ່ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.

Hosted on Acast. See acast.com/privacy for more information.

This Week in Laos Ep.4402 May 202400:20:01
ທາງການລາວ ສັ່ງປິດສັງວຽນໄກ່ຕີ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຍ້ອນວ່າມີເຫດການຍິງກັນ ແລະ ຕີກັນຈົນ ມີຜູ້ເສຍຊີວິດ 1 ຄົນ ແລະ ບາດສາຫັດຫຼາຍຄົນ. ໂຮງງານເຜົາຖ່ານຂາວ ຂອງ ນັກລົງທຶນຈີນ ປ່ອຍຄວັນ ສົ່ງກິ່ນຂີວແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຊາວບ້ານ ຫຼາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ພາກັນຮ້ອງທຸກ.

Hosted on Acast. See acast.com/privacy for more information.

This Week in Laos Ep.4325 Apr 202400:23:13
ການທ່ອງທ່ຽວ ແບບອານຸຮັກທໍາມະຊາດ ຢູ່ປະເທດລາວ ຍັງມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ ໂຄງຮ່າງພື້ນຖານບາງບ່ອນ ຍັງບໍ່ມີຄວາມພ້ອມ ແລະ ການທໍາຄວາມເຂົ້າໃຈ ກັບຄົນໃນທ້ອງຖິ່ນ.

Hosted on Acast. See acast.com/privacy for more information.

This Week in Laos Ep.4218 Apr 202400:13:46
“ສະບາຍດີປີໃໝ່” ລາຍການ ເມືອງລາວ ປະຈໍາສັບປະດາ Podcast EP ນີ້ ເຮົາໄດ້ຮິບໂຮມເອົາວີດີໂອ ຂອງ ງານສະຫຼອງປີໃໝ່ ໃນຫຼາຍແຂວງ ຢູ່ປະເທດລາວ ມາສະເໜີທ່ານ ຜູ້ຟັງ/ຜູ້ຊົມ ວ່າ ໃນແຕ່ລະທ້ອງຖິ່ນ ເພິ່ນມີການ ສະຫຼອງວັນປີໃໝ່ ແຕກຕ່າງກັນແນວໃດ ຮວມທັງແນວຄິດ ຄວາມເຊື່ອຖືວ່າ ຜູ້ຄົນມາເຮືອນຢ້ຽມຢາມ ຖາມຂ່າວ ໃນວັນປີໃໝ່ ນັ້ນແມ່ນໂຊກລາບ ອັນປະເສີດ...

Hosted on Acast. See acast.com/privacy for more information.

This Week in Laos Ep.4111 Apr 202400:18:12
ສໍາພາດ ທ່ານ ໄມໂຄ ວິກເຕີ (Michael Victor) ຊາວອາເມຣິກັນ ທີ່ ຮຽນເວົ້າພາສາລາວ ໂດຍການພົບປະໂອ້ລົມ ກັບຄົນລາວເປັນສ່ວນໃຫຍ່ ແລະ ທ່ານ ໄມໂຄ ຍັງຄິດເສຍດາຍ ທີ່ບໍ່ໄດ້ຮຽນ ຂຽນ/ອ່ານ ມາແຕ່ຕົ້ນ.ທ່ານ ໄມໂຄ ໄດ້ໃຫ້ຂໍ້ຄິດດີໆ ໃນປະສົບການ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ປະເທດລາວ ເກືອບຮອດ 20 ປີ.

Hosted on Acast. See acast.com/privacy for more information.

© My Podcast Data · Independent project · Data from Apple & Spotify